ຍ້ອນວ່າ ຣາຄາ ນໍ້າມັນ ທີ່ແພງສູງ ຂຶ້ນເລື້ອຍໆ ບໍລິສັດ ຂົນສົ່ງ ທັງ ເອກກະຊົນ ແລະ ຣັຖບານ ຈໍາເປັນ ຕ້ອງໄດ້ ຂຶ້ນຄ່າ ໂດຍສານ ປະຈໍາທາງ ປະມານ 30 ສ່ວນຮ້ອຍ. ເຖິງວ່າ ປັດຈຸບັນ ຣາຄາ ນໍ້າມັນ ຈະລົດລົງ ແດ່ແລ້ວ ກໍຕາມ. ຕາມປົກກະຕິ ແລ້ວ ການຂຶ້ນ-ລົງ ຂອງຄ່າ ໂດຍສານ ຕ້ອງໄດ້ຮັບ ອະນຸມັດ ຈາກກົມ ຂົນສົ່ງ ເສັຍກ່ອນ. ເຈົ້າຂອງ ບໍລິສັດ ຣົຖໂດຍສານ ວັງວຽງ-ວຽງຈັນ ເວົ້າວ່າ:
"ຂຶ້ນຫລາຍ ແຕ່ກ່ອນ ລິດນຶ່ງ 6,000 ກີບ ດຽວນີ້ລິດນຶ່ງ 10,000 ກີບ ຕົວນີ້ ສະເພາະ ສາຍທາງຂຶ້ນ 30% ວັງວຽງ ຫລວງພຣະບາງ ແຕ່ກ່ອນ ມັນ 80,000 ກີບ ດຽວນີ້ມັນ 100,000 ກີບ ແຕ່ກ່ອນ ນີ້ ວຽງຈັນ ວັງວຽງ ນີ້ 30,000 ກີບ ດຽວນີ້ ຂຶ້ນ 40,000 ກີບ".
ເຖິງຢ່າງໃດ ກໍຕາມ ການຂຶ້ນ ຣາຄາ ຄ່າໂດຍສານ ນີ້ມີ ຄວາມຈໍາເປັນ ເພື່ອບໍ່ໃຫ້ ບໍຣິສັດ ຂົນສົ່ງ ໂດຍສານ ຫລຸບທຶນ. ຜູ້ໂດຍສານ ທີ່ໄດ້ຮັບ ຄວາມເດືອດຮ້ອນ ຍ້ອນຄ່າ ໂດຍສານແພງ ບາງຄົນ ກໍເຂົ້າໃຈ ເຖິງສະພາບ ເສຖກິດ ໃນປັດຈຸບັນ ແລະ ຫລາຍຄົນ ກໍບໍ່ ເຂົ້າໃຈ.
ສ່ວນຜູ້ ໂດຍສານ ທີ່ບໍ່ມີເງິນ ກໍຈະໃຊ້ ຣົຖໂດຍສານ ທັມມະດາ ແທນທີ່ ຈະໃຊ້ ຣົຖໂດຍສານ ພິເສດ. ປັດຈຸບັນ ຣາຄາ ນໍ້າມັນ ກໍລົດລົງ ແດ່ແລ້ວ ຄືກາຊວນ 9,800 ກີບ ຕໍ່ລິດຈາກ 10,060 ກີບ ແລະ ແອັສຊັງ 10,840 ກີບ ຈາກ 11,000 ກີບ, ແຕ່ການ ຂຶ້ນ-ລົງ ຂອງຣາຄາ ນໍ້າມັນ ກໍຕ້ອງແມ່ນ ກົມຂົນສົ່ງ ເປັນຜູ້ກໍໜົດ. ດັ່ງເຈົ້າຂອງ ປັ້ມນໍ້າມັນ ຢູ່ ນະຄອນຫລວງ ວຽງຈັນ ເວົ້າວ່າ:
"ຄັນມີ ຄໍາສັ່ງມາ ກໍລົດ ນໍາກັນໝົດ ທຸກຄົນ ບໍ່ຮູ້ເດ໋ະ ເພາະວ່າເຮົາ ບໍ່ຮູ້ວ່າ ຂະເຈົ້າ ຊິລົດ ບໍ່ລົດ ເພາະວ່າມັນ ກໍຂຶ້ນຢູ່ ກັບກົມ ຂົນສົ່ງ ຄັນນໍ້າມັນລົດ ແລ້ວ ເຂົາຊີລົດລົງ ບໍຕາມນັ້ນ ກໍຕ້ອງຂຶ້ນກັບ ພວກ ຄົມມະນາຄົມ ຂົນສົ່ງ".
ເຖິງຢ່າງໃດ ກໍຕາມ ຣາຄາ ນໍ້າມັນໂລກ ໃນປັດຈຸບັນ ຍັງປັ່ນປ່ວນ ຍ້ອນວ່າ ຕລາດໂລກ ຍັງບໍ່ໝັ້ນໃຈ ກັບ ສະພາບການ ຄວາມວຸ້ນວາຍ ໃນຕາເວັນ ອອກກາງ.
ไม่มีความคิดเห็น:
แสดงความคิดเห็น